
*ການເດີນທາງແມ່ນ ຈະອອກຫຼວງພະບາງ ໄປຫາ ສວນຮ້ອຍຄົວ ດ້ວຍລົດຕູ້ນ້ອຍ.
ນໍ້າຕົກແມ່ນຢູ່ທີ່ບ້ານປາກຫຼຶງ, ເມືອງຈອມເພັດ (ປະມານ 15 ກິໂລແມັດ ໃຊ້ເວລາປະມານ 45 ນາທີ).
ເມື່ອເຖິງສະຖານທີ່, ທ່ານຈະໄດ້ພັກຜ່ອນ ດຶ່ມນໍ້າຊາກາເຟ, ຕໍ່ດ້ວຍການຮັບຟັງຄໍາແນະນໍາເລື່ອງຄວາມປອດໄພ ແລະ ຈາກນັ້ນ ກໍ່ຈະເລີ່ມເດີນທາງ ຂຶ້ນໄປຈຸດສູງສຸດຂອງນໍ້າຕົກຕາດ ໂດຍມີພະນັກງານນໍາທ່ຽວຄົນທ້ອງຖິ່ນພາໄປ. ເຊິ່ງການເດີນທາງຈະໃຊ້ເວລາປະມານ 2 ຊົ່ວໂມງ 30 ນາທີ.
ເມື່ອຮອດຈຸດດ້ານເທິງຂອງນໍ້າຕົກ ທ່ານຈະໄດ້ຊົມຄວາມງາມຂອງພູຜາປ່າດົງ ແລະ ອ່າງນໍ້າ ພ້ອມກັບ ປ່າໄມ້ທີ່ຂຽວສົດງົດງາມ. ທ່ານຈະໄດ້ຮຽນຮູ້ກ່ຽວກັບປ່າໄມ້, ເລື່ອງລາວຂອງ ຕາດຮ້ອຍຄົວ ແລະ ວິຖີຊີວິດຂອງປະຊາຊົນເຂດດັ່ງກ່າວ. ຈາກນັ້ນ, ຈະພາຊົມ ເຂດໂຄງການປ່າ, ຊົມພຶກສານາໆພັນຕາມທາງ ເພື່ອຈະລົງໄປສູ່ຮ້ານກາເຟ ເພື່ອພັກຜ່ອນ ກ່ອນຈະເດີນທາງກັບ ຕົວເມືອງຫຼວງພະບາງ ດ້ວຍລົດຕູ້.
**ລາຄາ 35 ໂດລາ ຕໍ່ຄົນ
*ຕາຕະລາງຮັບສົ່ງ:
- ພາກເຊົ້າ: ຮັບເວລາ 8:30-9:00 ແລະ ກັບ ຄືນເວລາ 12:30.
- ພາກບ່າຍ: ຮັບເວລາປະມານ 12:30-13:00 ແລະ ກັບຄືນ ເວລາ 16:30.
**ລາຄາແມ່ນລົງຄ່າເດີນທາງ, ນໍ້າດຶ່ມ 1 ຕຸກ ແລະ ຊາກາເຟ.
